ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດນາຍທະຫານຂັ້ນສູງ
ອອກພັກການຮັບອຸດຫນູນບໍານານ


    ໃນວັນທີ 3 ພຶດສະພາ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດໃຫ້ນາຍທະຫານຂັ້ນສູງພັກການ ຮັບອຸດຫນູນບໍານານ, ໂດຍການເປັນປະ ທານ ຂອງ ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ , ຫົວຫນ້າກົມ ໃຫຍ່ການເມືອງກອງ ທັບ , ມີ ຄະນະພັກກະຊວງປ້ອງກັນປະ ເທດ, ຄະນະນໍາ 4 ກົມໃຫຍ່ຕະຫຼອດຮອດພະນັກງານທີ່ໄດ້ຮັບນະໂຍບາຍບໍານານ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກໍາມະການຄະນະປະ ຈໍາພັກພັກກະຊວງປ້ອງກັນປະ ເທດຮອງຫົວຫນ້າກົມໃຫຍ່ການ ເມືອງກອງທັບ ໄດ້ ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດຫນູນບໍານານ, ໂດຍອີງຕາມກົດ ຫມາຍ ວ່າດ້ວຍລັດ ຖະບານ ມາດ ຕາ 6 ແລະ ກົດຫມາຍ ວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ມາດຕາ 33 ແລະ 34. ນາຍົກ ລັດຖະມົນຕີອອກດໍາລັດອະນຸມັດໃຫ້ ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດຫນູນບໍານານຈໍານວນ 8 ສະຫາຍຄື: ສະຫາຍ ພົນຈັດ ຕະວາ ພູຫຼວງ ບົວພະຈັນ ຫົວຫນ້າການເມືອງກອງບັນຊາການ ທະຫານອາກາດ, ສະຫາຍ ພົນຈັດຕະວາ ຄໍາສຸກ ວິອິນວິໄຊ ອະດີດປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດຊຸດທີ VIII, ສະຫາຍ ພົນຈັດຕະວາຄໍາແດງ ແພງວິໄລ ຮອງຫົວຫນ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຈັດຕະວາ ຄໍາເຄນ ອຸດຕະມາ ຫົວຫນ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ສະຫາຍ ພົນຈັດຕະວາ ບຸນແຍງ ວິໄລສົມ ຫົວຫນ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະ ລາທິກອງທັບ, ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງ ສີ ຫົວ ຫນ້າກົມພົວພັນຕ່າງປະ ເທດຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພົນຈັດຕະວາ ຄໍາມີ ຫຼ້າບຸນທັນ ອໍານວຍການບໍລິສັດລັດວິ​ສາ​ຫະ​ກິດ 20ມັງກອນພັດ ທະນາຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ຄໍາພາ ຕາງຊາຢຸດ ຫົວຫນ້າກາທະຫານກອງບັນຊາການທະຫານແຂວງຄໍາມ່ວນແລະ ສະຫາຍ ພັນເອກ ສີແພງ ວິລະຈິດ ອະດີດຫົວຫນ້າການທະຫານກອງບັນຊາການທະຫານແຂວງເຊກອງ.


ແຫຼ່ງທີ່ມາ:ບຸນ​ຊ້ອຍ
ວັນທີ 04/05/2023